ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານນາງ Dato Sharifah Norhana Syed Mustaffa ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ (ພາບ: TTXVN) |
ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຊົມເຊີຍທ່ານນາງ Dato Sharifah Norhana Syed Mustaffa ທີ່ໄດ້ປະຕິບັດສຳເລັດອາຍຸການປະຕິບັດງານຢູ່ ຫວຽດນາມ ໄດ້ເປັນຢ່າງດີ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງໜ້າຕັ້ງຂອງທ່ານນາງໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະຜ່ານມາ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານປະເທດ ຫວຽດນາມ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າອີກ, ພ້ອມກັບບັນດາປະເທດ ອາຊຽນ ອື່ນຮັກສາຄວາມສາມັກຄີ ແລະ ທັດສະນະລວມ, ບົດບາດໃຈກາງ, ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກ: ຊຸກຍູ້ການປະຕິບັດ DOC, ດຳເນີນການເຈລະຈາເພື່ອແນໃສ່ບັນລຸໄດ້ຖະແຫຼງການ COC ຢ່າງມີປະສິດທິພາບ, ປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.
ສ່ວນທ່ານນາງເອກອັກຄະລັດຖະທູດ Dato Sharifah Norhana Syed Mustaffa ສະແດງຄວາມປິຕິຊົມຊື່ນ ເມື່ອປະຕິບັດສຳເລັດໜ້າທີ່ຂອງຕົນຢູ່ ຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ຫວັງວ່າ ສອງປະເທດຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ໂດຍສະເພາະແມ່ນດ້ານການຄ້າ ແລະ ການລົງທຶນ.

