ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມໂຮງໝໍເດັກ 1 (ພາບ: VOV)

ນີ້ແມ່ນຮາກຖານການແພດພະແນກເດັກ ແຖວໜ້າທົ່ວປະເທດ ດ້ວຍຂອບຂະໜາດ 1500 ຕຽງ, ໃນເວລາຈຸດສຸມ ໂຮງໝໍໄດ້ກວດ ແລະ ປິ່ນປົວຄົນເຈັບປະມານ 5000 ຄົນ. ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງ ບັນດາຜົນສຳເລັດຂອງ ຖັນແຖວພະນັກງານການແພດ, ທ່ານໝໍຢູ່ໂຮງໝໍເດັກ 1 ໃນການເບິ່ງແຍງສຸຂະພາບ ປະຊາຊົນໃນໄລຍະຜ່ານມາ, ທ່ານປາດຖະໜາວ່າ ບັນດາພະນັກງານການແພດ, ທ່ານໝໍ ເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້ຢ່າງສຸດຂີດ, ພ້ອມທັງມານະພະຍາຍາມສຸ້ຊົນສືບຕໍ່ບັນລຸໄດ້ຜົນສຳເລັດໃໝ່ຕື່ມອີກ.