ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ຕາມນັ້ນແລ້ວ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕົກລົງມອບຫຼຽນໄຊແຮງງານຊັ້ນສອງຈຳນວນ 5 ຫຼຽນ ໃຫ້ແກ່ ຫງວຽນຮຸຍຮວ່າງ ເຊິ່ງເປັນ ນັກກິລາລອຍນ້ຳ ທີ່ຄວ້າໄດ້ຫຼຽນຄຳ 5 ຫຼຽນ), ເຈິ່ນຮຶງງວຽນ, ນັກກິລາລອຍນ້ຳ ທີ່ຄວ້າໄດ້ຫຼຽນຄຳ 4 ຫຼຽນ, ຫງວຽນທິເຮືອງ ນັກກິລາ Canoeing ຄວ້າໄດ້ ຫຼຽນຄຳ 5 ຫຼຽນ, ຫງວຽນທິແອວງ ນັກກິລາແລ່ນ ແລະ ລານ ຄວ້າໄດ້ ຫຼຽນຄຳ 3 ຫຼຽນ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການມອບຫຼຽນໄຊແຮງງານຊັ້ນສາມໃຫ້ແກ່ 2 ໝູ່ຄະນະ ນັ້ນແມ່ນ ທິມບານເຕະຊາຍ U23 ແລະ ທິມບານເຕະຍິງແຫ່ງຊາດ ແລະ ສ່ວນບຸກຄົນ 19 ຄົນ.