ທ່ານປະທານປະເທດ ຫງວຽນຊວັນຟຸກ ລົງຢ້ຽມຢາມຮູບແບບຮ່ວມມືເຮັດການທ່ອງທ່ຽວຢູ່ ໝູ່ບ້ານດອກໄມ້ ຊາແດັກ - ນະຄອນ ຊາແດັກ |
ທ່ານປະທານປະເທດ ໄດ້ລົງຢ້ຽມຢາມຮູບແບບຮ່ວມມືເຮັດການທ່ອງທ່ຽວຢູ່ ໝູ່ບ້ານດອກໄມ້ ຊາແດັກ - ນະຄອນ ຊາແດັກ, ເຊິ່ງເປັນຮູບແບບເສດຖະກິດຮ່ວມມືຂອງບັນດາຄອບຄົວໃນໝູ່ບ້ານ ທີ່ພ້ອມກັນຮ່ວມມືພັດທະນາຜະລິດຕະພັນຕົ້ນໄມ້ປະດັບ ປະສານສົມທົບກັບການທ່ອງທ່ຽວຢ່າງມີປະສິດທິຜົນ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງບັນດາຮູບແບບເສດຖະກິດຮ່ວມມືໃນຂົງເຂດກະສິກຳ, ພັດທະນາກະສິກຳຕິດພັນກັບການທ່ອງທ່ຽວ, ມີທັງຜະລິດຕະພັນສົ່ງອອກ, ນຳມາເຊິ່ງປະສິດທິຜົນສູງ.
“ຈາກໝາກຜົນຂອງຮູບແບບນີ້ພວກເຮົາຖອດຖອນໄດ້ຫຼາຍຂໍ້ສະຫຼຸບທີ່ຈຳເປັນໃນການພັດທະນາຮູບແບບຮ່ວມມື ກ່ອນທີ່ຕັດສິນໃຈວ່າຈະຂະຫຍາຍໃຫ້ເປັນສະຫະກອນຫຼືບໍ່. ພວກເຮົາສົ່ງເສີມການຂະຫຍາຍເປັນສະຫະກອນ ແຕ່ກໍບໍ່ບັງຄັບ, ຖ້າຫາກວ່າກຸ່ມຄອບຄົວຮ່ວມມືເຮັດທຸລະກິດບັນລຸຜົນປະໂຫຍດທີ່ດີກໍຄວນໃຫ້ປະຊາຊົນເຮັດຕໍ່. ແຕ່ວ່າຈຳນວນສະມາຊິກໃນກຸ່ມເຫຼົ່ານັ້ນ ແມ່ນຍັງໜ້ອຍ, ສະນັ້ນ ຕ້ອງດຶງດູດສະມາຊິກເຂົ້າຮ່ວມຫຼາຍກວ່າອີກເພື່ອຂະຫຍາຍຂອບຂະໜາດ, ກໍຄືພັດທະນາຄວາມສາມາດແກ້ງແຍ້ງໃຫ້ດີກວ່າອີກ, ມີກຳລັງບົ່ມຊອ້ນໃຫຍ່ກວ່າ ກ່ຽບກັບວິທະຍາສາດ, ເຕັກໂນໂລຢີ ແລະ ທຶນຮອນ…”
ຕອນເຊົ້າຂອງວັນດຽວກັນ, ຢູ່ນະຄອນ ກາວແຫຼງ, ແຂວງ ດົ່ງທາບ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ຖະຫວາຍດອກໄມ້, ໃຕ້ທູບທຽນຢູ່ເຂດປູຊະນີຍະສະຖານປະຫວັດສາດ ຫງວຽນຊິງສັກ - ພະບິດາຂອງປະທານໂຮ່ຈີນມິນ.

