ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕາງໜ້າໃຫ້ປວງຊົນທັງຊາດ ຖະຫວາຍທູບທຽນ, ວາງພວງມາລາ ເພື່ອອາໄລຫາປະທານ ໂຮ່ຈີມິນ (ພາບ: TTXVN) |
ໃນຮ້ານບູຊາປະທານ ໂຮ່ຈີມິນ ຢູ່ ວິຫານວົວ, ພູບາວີ່, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕາງໜ້າໃຫ້ປວງຊົນທັງຊາດ ຖະຫວາຍທູບທຽນ, ວາງພວງມາລາ ເພື່ອອາໄລຫາປະທານ ໂຮ່ຈີມິນ ຕາມຮິດຄອງປະເພນີ ແລະ ມູນເຊື້ອຂອງຊາດ.
ກ່ອນນີ້ 53 ປີ, ຕອນເຊົ້າວັນທີ 2 ກັນຍາ 1969, ປະທານ ໂຮ່ຈີມິນ ໄດ້ເຖິງແກ່ມໍລະນະກຳ. ກ່ອນຈາກໄປ, ເພິ່ນໄດ້ຂຽນຄຳພິໄນກຳທີ່ສັກສິດ ອັນເປັນຊັບສົມບັດທາງດ້ານຈິດໃຈທີ່ລ້ຳຄ່າ, ແມ່ນຄຳຕັກເຕືອນສັ່ງສອນ ແລະ ເປັນຄວາມພາກພູມໃຈຢ່າງເລິກເຊິ່ງຂອງຄົນລຸ້ນຫຼັງ. ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ສືບຕໍ່ຍູ້ແຮງການສຶກສາຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະຕິວັດຂອງເພິ່ນ. ຜ່ານນັ້ນ, ປຸກລຸກຄວາມເອກອ້າງທະນົງໃຈ ແລະ ຄວາມໄຝ່ຝັນບືນຕົວຂຶ້ນຂອງຊາດ ເພື່ອສ້າງປະເທດ ຫວຽດນາມ ໝັ້ນຄົງເຂັ້ມແຂງ, ໄປທັນກັບບັນດາປະເທດໃນໂລກ ຄືດັ່ງຄວາມມຸ່ງມາດປາດຖະໜາຂອງປະທານໂຮ່ຈີມິນ ຄາວເພິ່ນຍັງມີຊີວິດຢູ່.

