ນີ້ແມ່ນໂຮງໝໍສອງແຫ່ງທີ່ມີຜົນງານຫຼາຍຢ່າງໃນວຽກງານວິຊາສະເພາະ, ຮັບໃຊ້ວຽກງານກວດ, ປິ່ປປົວພະຍາດໃຫ້ແກ່ປະຊາຊົນນະຄອນ ດ່າໜັງ ແລະ ຫຼາຍແຂວງ ນັບແຕ່ແຂວງ ເງະອານ ຕະຫຼອດຮອດບັນດາແຂວງໄຕງວຽນ, ພ້ອມດຽວກັນນັ້ນ, ບັນດາໂຮງໝໍດັ່ງກ່າວກໍປະຕິບັດວຽກງານຮັບ, ປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ໄດ້ເປັນຢ່າງດີ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ລົງຢ້ຽມຢາມ, ມອບຂອງຂວັນລະດົມກຳລັງໃຈບັນດາແພດໝໍ, ພະຍາບານຢູ່ໂຮງໝໍ ດ່າໜັງ (ພາບ: nhandan.vn) |
ຊົມເຊີຍ, ຮັບຮູ້ບັນດາຜົນງານທີ່ໂຮງໝໍສອງແຫ່ງດັ່ງກ່າວບັນລຸໄດ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ຕີລາຄາສູງຂອງການນຳພັກ, ລັດທີ່ມີຕໍ່ວຽກງານຊີ້ນຳ, ນຳພາ, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງຂະແໜງສາທາລະນະສຸກ ນະຄອນ, ພິເສດແມ່ນພະນັກງານການແພດ ທີ່ມີບົດບາດສຳຄັນທີ່ສຸດໃນການຮັບມືກັບໂລກລະບາດໂຄວິດ - 19. ນີ້ແມ່ນຜົນສຳເລັດຢ່າງໃຫຍ່ຫຼວງ, ເປັນໜ້າຮັບຮູ້ຊື່ນຊົມ ແລະ ແຜ່ກະຈາຍອອກ.

