ທ່ານປະທານປະເທດ ໂຕເລິມ ຈູບທູບໃຕ້ທຽນ ອາໄລຫາປະທານ ໂຮ່ຈີມິນ (ພາບ: TTXVN)

ໃນສະໄໝຕ້ານຈັກກະພັດ ອາເມລິກາ, ນີ້ແມ່ນບ່ອນທີ່ກອງທະຫານຕະລຸມບອນເຕົ້າໂຮມເພື່ອປະຕິບັດໜ້າທີ່ ຮັບປະກັນເສັ້ນທາງຄົມມະນາຄົມຂົນສົ່ງຮັບໃຊ້ບັ້ນຮົບ. ເຂດປູຊະນີຍະສະຖານແຫ່ງນີ້ ກໍແມ່ນບ່ອນທ່ານປະທານໂຮ່ຈີມິນເຄີຍມາຢ້ຽມຢາມ, ລະດົມໃຫ້ກຳລັງໃຈກຳລັງຊາວໜຸ່ມຕະລຸມບອນ ແລະ ແຮງງານເກນຮັບໃຊ້ບັ້ນຮົບໃນສະໄໝຕໍ່ຕ້ານຕ້ານລ່າເມືອງຂຶ້ນຝລັ່ງ (28 ມີນາ 1951). ນະທີ່ນີ້, ທ່ານປະທານປະເທດ ໄດ້ຮັບຟັງການບັນລະຍາຍກ່ຽວກັບເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ນ່າຕູ. ທ່ານປະທານປະເທດ ໂຕເລິມ ໄດ້ຖະຫວາຍທູບທຽນ, ອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດປະຊະນີຍະສະຖານດັ່ງກ່າວ.