ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ຄຳຕັກເຕືອນວ່າ: ນະຄອນ ໂຮ່ຈິມິນ ຕ້ອງຍູ້ແຮງການປະຕິຮູບດ້ານບໍລິຫານ; ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ອຳນວຍຄວາມສະດວກ, ຍົກສູງຄວາມສາມາດແກ່ງແຍ້ງ; ສຸມໃສ່ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ພິເສດແມ່ນດຶງດູດ, ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດທັງຢູ່ພາຍໃນ ແລະ ຕ່າງປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາຢ່າງວ່ອງໄວ, ຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານກ່າວວ່າ:

ສຸມໃສ່ໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ປະຕິບັດບັນດານະໂຍບາຍຟື້ນຟູເສດຖະກິດ, ພິເສດແມ່ນບັນດານະໂຍບາຍກ່ຽວກັບປີການເງິນ, ເງິນຕາ ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາ. ແກ້ໄຂບັນດາຄວາມຫຍຸ້ງຍາກ, ປະຕິບັດບັນດາໂຄງການທີ່ແກ່ຍາວມາເປັນເວລາຫລາຍປີ, ບັນດາໂຄງການ, ກິດຈະກຳຈຸດສຸມຂອງນະຄອນ ໂຮ່ຈິມິນ. ຍູ້ແຮງຄວາມຄືບໜ້າໃນການສ້າງແຜນຜັງນະຄອນໂຮ່ຈິມິນ, ການວາງແຜນຜັງເຂດໃຕ້ດິນຕົວເມືອງ.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຫັນດີກັບແຜນຮ່າງພັດທະນານະຄອນໂຮ່ຈິມິນກາຍເປັນສູນກາງການເງິນສາກົນ; ທ່ານເນັ້ນໜັກວ່າ ຄວນມີມະຕິສະບັບໃໝ່ກ່ຽວກັບການທົດລອງບັນດາກົນໄກ, ນະໂຍບາຍສະເພາະເພື່ອພັດທະນານະຄອນໂຮ່ຈິມິນ.