ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເປັນປະທານກອງປະຊຸມ (ພາບ: quochoi.vn)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ 2 ໝວດບັນຫາຄື: ຮັບຟັງ ແລະ ປະກອບຄຳເຫັນໃສ່ບົດລາຍງານເບື້ອງຕົ້ນ ກ່ຽວກັບໝາກຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026; ຮັບຟັງ ແລະ ປະກອບຄຳເຫັນໃສ່ 3 ບົດລາຍງານຂອງ ລັດຖະບານ, ເຊິ່ງລວມມີ: ບົດລາຍງານກ່ຽວກັບການສະຫຼຸບຂາດຕົວງົບປະມານແຫ່ງລັດ ປີ 2019; ບົດລາຍງານການເງິນແຫ່ງລັດປີ 2019; ບົດລາຍງານກ່ຽວກັບວຽກງານປະຕິບັດການໃຊ້ຈ່າຍຢ່າງປະຢັດ ແລະ ຕ້ານການຟຸມເຟືອຍ ປີ 2020.

ໃນຕອນບ່າຍວັນດຽວກັນ, ກ່ຽວຂ້ອງເຖິງເນື້ອໃນບົດລາຍງານຂອງລັດຖະບານກ່ຽວກັບວຽກງານປະຕິບັດການປະຢັດຕ້ານການຟຸມເຟືອຍປີ 2020, ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນຫນັກວ່າ ແຜນນະໂຍບາຍປະຕິບັດການປະຢັດ ຕ້ານການຟຸມເຟືອຍ ແມ່ນແຜນນະໂຍບາຍໃຫຍ່ໃນເງື່ອນໄຂປະເທດຊາດຍັງທຸກຍາກ. ທ່ານຮຽກຮ້ອງ: ບົດລາຍງານລັດຖະບານ ແລະບົດລາຍງານກວດກາກ່ຽວກັບການປະຕິບັດການປະຢັດ ຕ້ານການຟຸມເຟືອຍຕ້ອງຕິດແທດກັບໂຄງການປະຕິບັດການປະຢັດຕ້ານການຟຸມເຟືອຍໃນປີ 2020 ພິເສດໃນບັນດາຂົງເຂດ: ການເງິນ, ທະນາຄານ, ສິນເຊື່ອ, ຊັບສົມບັດ, ຊັບພະຍາກອນ, ສິ່ງແວດລ້ອມ ແລະບັນຫາປະຢັດເວລາ,ເພີ່ມສະມັດຕະພາບແຮງງານ.