ຕອນ​ຄ່ຳ​ວັນ​ທີ 22 ສິງ​ຫາ, ທ່ານ​ Patrick Achi ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ກົດ​ດີ​ວົວ ໄດ້​ນຳ​ໜ້າ​ຄະ​ນ​ະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດກົດ​ດີ​ວົວ ມາ​ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 23 – 26 ສິງ​ຫາ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ສ. ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ. ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ທ່ານ Patrick Achi ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ກົດ​ດີ​ວົງໄດ້​ດຳ​ເນີ​ນ​ພາຍຫຼັງ​ຂີດ​ໝາຍ​ປະ​ຫວັດ​ສາດ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (6/10/1975-6/10/2025).