ການເຮັດວຽກດັ່ງກ່າວ ແມ່ນເພື່ອແນໃສ່ຕີລາຄາການປະຕິບັດບັນດານະໂຍບາຍໜູນຊ່ວຍຊາວຜູ້ອອກແຮງງານທີ່ຖືກວ່າງງານ, ບັນດາເປົ້າໝາຍທີ່ຖືກຜົນສະທ້ອນຈາກໂລກລະບາດ ຕາມມະຕິສະບັບຕ່າງໆຂອງສະພາແຫ່ງຊາດ ແລະ ລັດຖະບານ ໃນໄລຍະຜ່ານມາ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ (ພາບ: TTXVN) |
ເພື່ອປະກອບສ່ວນເຂົ້າໃນການປະຕິບັດບັນດານະໂຍບາຍພັດທະນາເສດຖະກິດ - ສັງຄົມເວົ້າລວມ ແລະ ນະໂຍບາຍໜູນຊ່ວຍເປົ້າໝາຍຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ - 19 ເວົ້າສະເພາະ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີ ລັດຖະບານ ຈົ່ງມີແຜນການຊຸກຍູ້ການເຕີບໂຕ ແລະ ຍູ້ແຮງການປ່ອຍເງິນລົງທຶນສາທາລະນະໃນໄລຍະຈະມາເຖິງ ໂດຍໄວ.

