ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ພົບປະກັບ ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-jin (ພາບ: VOV) |
ຢູ່ທີ່ການພົບປະກັບ ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-jin, ທ່ານປະທານສະພາແຫ່ງຊາດ ເຫັນດີເປັນເອກະສັນຮັກສາປະສິດທິຜົນການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ມີບັນດາການເຄື່ອນໄຫວພົບປະລັດຖະສະພາ, ຊຸກຍູ້ການພົວພັນສອງຝ່າຍ; ເປີດກວ້າງການຮ່ວມມືເຂົ້າໃນບັນດາຂົງເຂດໃໝ່ ຄື ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ພົບປະກັບ ທ່ານນາງປະທານສະພາແຫ່ງຊາດ ອາແຊັກໄບຢານ, Shahiba Gafarova (ພາບ: VOV) |
ຢູ່ທີ່ການຕ້ອນຮັບ ທ່ານຮອງປະທານສະຖາບັນຜູ້ແທນສະພາແຫ່ງຊາດ ເບຣາຣຸດສ, Valeri Vaclavovich, ສອງຝ່າຍເປັນເອກະສັນກັນຮ່ວມມືໃນບັນດາຂົງເຂດ ເສດຖະກິດ-ການຄ້າ, ການລົງທຶນ, ທ່ອງທ່ຽວ, ພົບປະ ປະຊາຊົນ, ຖືການຮ່ວມມືເປັນຊ່ອງທາງສໍາຄັນໃນການພົວພັນ ຫວຽດນາມ-ເບຣາຣຸດ.


