ເນື່ອງໃນໂອກາດວັນລະນຶກ 79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ (27/7/1947 - 27/7/2026), ຕອນບ່າຍວັນທີ 25 ກໍລະກົດ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມກັບຄະນະປະຕິບັດງານໄດ້ລົງໄປຢ້ຽມຢາມ, ມອບຂອງຂວັນບັນດາຄອບຄົວນະໂຍບາຍຢູ່ຕາແສງ ເຍິນເກີ, ແຂວງ ເລິມດົ່ງ.
ຄະນະໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ ດິງທິແບ໊, ມີລູກສອນຄົນເປັນນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢ້ຽມຢາມຄອບຄົວທະຫານເສຍອົງຄະ ລຸງ ເຈືອງວັນເຈື່ອງ ແລະ ປ້າ ຫງວຽນທິລວານ.
ທ່ານພົນເອກ ຟານວັນຢາງ ໄດ້ຢຶ້ຢາມຖາມຂ່າວກ່ຽວກັບສຸຂະພາບ, ການດຳລົງຊີວິດຂອງບັນດາຄອບຄົວ, ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ບັນດາການອຸທິດສ່ວນ, ການເສຍສະຫຼະຂອງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ. ທ່ານພົນເອກສະເໜີຄະນະພັກ, ອຳນາດການປົກຄອງທຸກຂັ້ນສືບຕໍ່ປະຕິບັດນະໂຍບາຍບຸລິມະສິດໃຫ້ຜູ້ມີຄຸນງາມຄວາມດີຢ່າງທັນການ, ເບິ່ງແຍງດູແລຕໍ່ຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ດີກ່ວາອີກ ເພື່ອໃຫ້ບັນດາຄອບຄົວນະໂຍບາຍມີການດຳລົງຊີວິດທີ່ນັບມື້ນັບໝັ້ນທ່ຽງ, ຢູ່ເຢັນເປັນສຸກ. ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 25 ກໍລະກົດ, ທ່ານພົນເອກ ຟານວັນຢາງ ພ້ອມກັບຄະນະປະຕິບັດງານ, ການນຳ ແລະ ອະດີດການນຳແຂວງ ເລິມດົ່ງ ກໍ່ໄດ້ໄປຈູດທູບໃຕ້ທຽນ, ວາງພວງມາລາຢູ່ອະນຸສາວາລີບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ດັກນົງ, ຕາແສງ ບັກຢາເຫງີຍ.
