ທ່ານ ທ່າວຊວນຊູງ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ 6 ອາຍຸການ 2013 – 2018. |
ທີ່ກອງປະຊຸມ, ທ່ານ ທ່າວຊວນຊູງ ກຳມະການສູນກາງພັກ, ເລຂາຄະນະພັກສູນກາງສະມາຄົມຊາວກະສິກອນ ຫວຽດນາມ, ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມຊາວກະສິກອນ ຫວຽດນາມ ຊຸດທີ 6 ອາຍຸການ 2013 – 2018.
ກ່າວຄຳເຫັນຮັບດຳລົງຕຳແໜ່ງ, ທ່ານ ທ່າວຊວນຊູງ ປະທານສະມາຄົມຊາວກະສິກອນ ຫວຽດນາມ ຄົນໃໝ່ ສະແດງຄວາມເປັນກຽດ ທີ່ໄດ້ຮັບຄວາມເຊື່ອໝັ້ນຈາກກົມການເມືອງ, ຄະນະເລຂາທິການ, ຄະນະຈັດຕັ້ງສູນກາງແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງເປັນເລຂາຄະນະພັກສະມາຄົມຊາວກະສິກອນ ຫວຽດນາມ ອາຍຸການ 2013 – 2018.

