ທະຫານ ອາເມລິກາ ຝຶກແອບຢູ່ ຖານທີ່ໝັ້ນ Basmaya, ນະຄອນຫຼວງ Baghdad (ພາບເອກະສານ: AFP/TTXVN) |
ກ່ອນໜ້ານັ້ນພຽງແຕ່ 2 – 3 ຊົ່ວໂມງ, ກໍາລັງ ອາເມລິກາ ໄດ້ບຸກໂຈມຕີໃສ່ຖານທີ່ໝັ້ນ 5 ແຫ່ງ ຂອງກຸ່ມ Kata’ib Hezbollah (KH) ຢູ່ ອີຣັກ ແລະ ຊີຣີ ເພື່ອແນໃສ່ໂຕ້ຕອບຄືນບັນດາການບຸກໂຈມຕີຢ່າງລ່ຽນຕິດຂອງ KH ທີ່ແນໃສ່ກໍາລັງທະຫານປະສົມ ໂດຍ ອາເມລິກາ ນໍາໜ້າ ຢູ່ ອີຣັກ.
ບັນດາຖານທີ່ໝັ້ນ ທີ່ມີທະຫານ ອາເມລິກາ ປະຈໍາການ ຢູ່ ອີຣັກ ແລະ ເຂດຂຽວ ຢູ່ນະຄອນຫຼວງ Baghdad ແມ່ນເປົ້າໝາຍຂອງບັນດາເຫດບຸກໂຈມຕີຂອງບັນດາກໍາລັງກະບົດ. ປັດຈຸບັນ ອາເມລິກາ ພວມມີທະຫານປະມານ 5.000 ຄົນ ປະຈໍາການ ຢູ່ ອີຣັກ ເພື່ອໜູນຊ່ວຍໃຫ້ແກ່ກໍາລັງຂອງປະເທດນີ້.

