(ພາບ:TTXVN)
ຕອນບ່າຍວັນທີ 04 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບຄະນະນະໂຍບາຍ, ຍຸດທະສາດສູນກາງ ແລະ ບັນດາອົງການກ່ຽວຂ້ອງກ່ຽວກັບແຜນການປ່ຽນແປງໃໝ່ຮູບແບບພັດທະນາປະເທດຊາດ ໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເພື່ອຍື່ນສະເໜີກົມການເມືອງປະກອບຄຳເຫັນ, ເປັນພື້ນຖານເພື່ອລາຍງານຕໍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14 ປະກາດມະຕິ.
ພາຍຫຼັງຮັບຟັງຄຳເຫັນແລກປ່ຽນ, ປຶກສາຫາລື, ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ວິໄສທັດມະຕິຕ້ອງມຸ່ງໄປເຖິງກຳລັງຄວາມສາມາດຍືນຍົງຂອງປະເທດຊາດ. ກ່ຽວກັບທັດສະນະຊີ້ນຳ, ຮູບແບບການພັດທະນາ ຕ້ອງຖືມະນຸດເປັນໃຈກາງ, ແມ່ນເປົ້າໝາຍ, ກຳລັງໜູນ ແລະ ເຈົ້າຂອງຂອງການພັດທະນາ. ກ່ຽວກັບບັນດາເນື້ອໃນບຸກທະລຸໃນຮູບແບບພັດທະນາໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ: ຕ້ອງຖືວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ຂໍ້ມູນແມ່ນພື້ນຖານຂອງໄລຍະພັດທະນາໃໝ່.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ, ມະຕິຕ້ອງຢືນຢັນແນວຄິດການພັດທະນາຫຼັກຂອງ ຫວຽດນາມ ໃນສັງກາດໃໝ່ ແມ່ນສ້າງກຳລັງຄວາມສາມາດເປັນເຈົ້າປະດິດຄິດສ້າງ ແລະ ຄວາມສາມາດຮັບມືດ້ວຍຕົນເອງຂອງຊາດ.
