ຕອນເຊົ້າວັນທີ 20 ກັນຍາ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ໄປເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 81, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ແລະ ການຢ້ຽມຢາມທາງລັດຖະກິດ ການາດາ ຕາມຄຳເຊີນຂອງ ທ່ານນາງ Louise Arbou ຜູ້ສຳເລັດລາດຊະການແຫ່ງ ການາດາ, ແຕ່ວັນທີ 20 – 25 ກັນຍາ.
ດ້ວຍບັນດາຄວາມພະຍາຍາມປະກອບສ່ວນເຂົ້າໃນພາລະກິດອັນສູງສົ່ງຂອງສະຫະປະຊາຊາດໃນຊຸມປີມໍ່ໆມານີ້, ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງລວມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 81 ສືບຕໍ່ເປັນການຢືນຢັນບັນດາການປະກອບສ່ວນຂອງ ຫວຽດນາມ ຕໍ່ອົງການຈັດຕັ້ງຫຼາຍຝ່າຍທີ່ໃຫຍ່ທີ່ສຸດໃນໂລກ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫາພາກພື້ນ ແລະ ທົ່ວໂລກ. ພ້ອມກັນນັ້ນ, ການຢ້ຽມຢາມເຮັດວຽກຢູ່ ອາເມລິກາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈະສ້າງກຳລັງໜູນ, ມາດຕະການລະອຽດໃໝ່ຕື່ມອີກເພື່ອນຳການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ ສືບຕໍ່ພັດທະນາຢ່າງແທ້ຈິງ, ມີປະສິດທິຜົນ.
(ພາບເອກະສານ: TTXVN)
ເມື່ອແລກປ່ຽນນັກຂ່າວ VOV, ທ່ານນາງ Pauline Tamesis ຜູ້ປະສານງານສະຫະປະຊາຊາດປະຈຳ ຫວຽດນາມ ໃຫ້ຮູ້ວ່າ ການໄປປະຕິບັດງານຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 81 ບໍ່ພຽງແຕ່ມີຄວາມໝາຍຕໍ່ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ນຳບັນດາທັດສະນະ, ບົດຮຽນ ແລະ ຄວາມຄາດຫວັງຂອງຕົນເຂົ້າໃນການປຶກສາຫາລືລວມຂອງປະຊາຄົມສາກົນອີກດ້ວຍ. ທ່ານນາງເນັ້ນໜັກວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ສປຊ ໄດ້ກາຍເປັນ “ການພົວພັນຄູ່ຮ່ວມມືສອງສົ້ນ”.
