(ພາບ: TTXVN)
ຕອນຄ່ຳວັນທີ 20 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ J.F. Kennedy, ນະຄອນ ນິວຢອກ, ອາເມລິກາ, ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 81, ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ.
ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າຮ່ວມສັບປະດາຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຢັ້ງຢືນການຖືເປັນສຳຄັນຂອງພັກ ແລະ ລັດ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ ແລະ ບົດບາດໃຈກາງຂອງ ສະຫະປະຊາຊາດ. ນີ້ກໍ່ແມ່ນການສະແດງໃຫ້ເຫັນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍ, ເອກະລາດ, ເປັນເຈົ້າເອງ, ເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດຂອງ ຫວຽດນາມ ເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ.
ໃນຂະນະນັ້ນ, ການໄປປະຕິບັດງານ ແລະ ເຄື່ອນໄຫວວຽກງານສອງຝ່າຍຢູ່ ອາເມລິກາ ຂອງເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແມ່ນໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີການພົບປະຂັ້ນສູງ, ແລກປ່ຽນກ່ຽວກັບບັນຫາທີ່ມີຄວາມໝາຍຍຸດທະສາດ, ຍາວນານສຳລັບການພົວພັນຂອງສອງປະເທດ.
