ຕອນເຊົ້າວັນທີ 16 ຕຸລາ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ (ທີ່ ຮ່າໂນ້ຍ), ກົມການເມືອງ, ຄະນະເລຂາທິການສູນກາງພັກ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບທາງໄກສົມທົບກັບເຊິ່ງໜ້າ, ເຊື່ອມຕໍ່ກັບບັນດາຄະນະ, ກະຊວງ ຂະແໜງການສູນກາງ, ທ້ອງຖິ່ນ, ອົງການ, ຫົວໜ່ວຍ…
ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ຄົນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ 6 ຫົວຂໍ້ກ່ຽວກັບ: ມະຕິວ່າດ້ວຍການເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໄສ, ເຂັ້ມແຂງ, ຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດໃນຍຸກສະໄໝໃໝ່; ມະຕິວ່າດ້ວຍການປ່ຽນແປງໃໝ່ແບບວິທີການນຳພາ, ກຳອຳນາດ ຂອງພັກ ຕໍ່ລະບົບການເມືອງໃນໄລຍະໃໝ່; ມະຕິວ່າດ້ວຍການສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດທີ່ມີຄຸນນະທາດ, ມີກຳລັງຄວາມສາມາດ ແລະ ອິດທິພົນຊື່ສຽງຢ່າງພຽງພໍ, ທຽບເທົ່າກັບໜ້າທີ່ວຽກງານ…
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຊີ້ແຈ້ງວ່າ:
“ໂດຍແມ່ນພັກກຳອຳນາດ, ນຳພາລັດ ແລະ ສັງຄົມ, ພັກ ຮັບຜິດຊອບຕໍ່ປະຊາຊົນກ່ຽວກັບນະໂຍບາຍຊີ້ຂາດ ແລະ ໝາກຜົນການນຳພາຂອງຕົນ. ຊາບຊຶມມະຕິຮຽກຮ້ອງໃຫ້ຄະນະພັກ, ສະມາຊິກພັກແຕ່ລະຄົນຕ້ອງພິຈາລະນາຢ່າງເຂັ້ມງວດວ່າ: ເປັນຫຍັງນະໂຍບາຍຖືກຕ້ອງແລ້ວ ແຕ່ວຽກງານຍັງຊັກຊ້າ, ແຫຼ່ງກຳລັງຍັງບໍ່ທັນໄດ້ເສີມຂະຫຍາຍ, ໜ້າທີ່ຮັບຜິດຊອບຍັງບໍ່ທັນໄດ້ຮັບການປະຕິບັດຢ່າງຄົບຖ້ວນ? ຕ້ອງກຳນົດສາຍເຫດເພື່ອແກ້ໄຂຈາກການນຳພາ, ຄຸນນະພາບການໃຫ້ຄຳປຶກສາ ຕະຫຼອດຮອດການຊັບຊ້ອນພະນັກງານ, ການຈັດຕັ້ງປະຕິບັດ. ໝາກຜົນຂອງການກໍ່ສ້າງ, ປັບປຸງພັກຕ້ອງໄດ້ຮັບການທົດສອບໃນການປະຕິບັດໜ້າທີ່ກໍ່ສ້າງ, ພັດທະນາປະເທດຊາດ, ການປົກປັກຮັກສາປະເທດຊາດ ແລະ ເບິ່ງແຍງດູແລຊີວິດການເປັນຢູ່ຂອງຂອງປະຊາຊົນ.”
