ກ່າວຄຳປາໄສໃນງານລ້ຽງ, ທ່ານເລຂາທິການໃຫຍ່, ປະທານປະ​ເທດ ໂຕເລີມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈ ແລະ ຄວາມພະຍາຍາມ​ລວມຂອງ​ການ​ນຳ ແລະ ປະຊາຊົນ 2 ປະເທດ, ການພົວພັນຄູ່ຮ່ວມມືຮ່ວມ​ມື​ຢ່າງຮອບດ້ານລະຫວ່າງ ຫວຽດນາມ-ມຽນມາ ຈະບັນລຸໄດ້ບາດ​ກ້າວພັດທະນາໃໝ່, ຮອບດ້ານ, ມີປະສິດທິ​ຜົນ ແລະ ແທດຈິງກວ່າເກົ່າ, ປະກອບສ່ວນຢ່າງແທດຈິງຕໍ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ສ່ວນທ່ານປະທານາທິບໍດີມຽນມາ Min Aung Hlaing ເນັ້ນໜັກວ່າ ມຽນມາ ຈະພະຍາຍາມຈົນ​ສຸດ​ຄວາມ​ສາ​ມາດເພື່ອ​ເພີ່ມ​ພ​ູນ​ຄູນ​ສ້າງສາຍພົວພັນທີ່ເປັນ​ມູນ​ເຊື້ອ, ເສີມສ້າງການເຊື່ອມຕໍ່ທາງ​ວິ​ສ​າ​ຫະ​ກິດລະຫວ່າງສອງປະເທດ, ​ມຸ່ງ​ໄປ​ເຖິງ​ພິ​ທີສະເຫຼີມສະຫຼອງ 10 ປີ​ແຫ່ງວັນສ້າງຕັ້ງຄູ່ຮ່ວມມືການຮ່ວມ​ມື​ຮອບດ້ານໃນປີ 2027.

ກ່ອນໜ້ານັ້ນໃນຕອນບ່າຍວັນ​ດຽວ​ກັນ, ທີ່ຮ່າໂນ້ຍ, ທ່ານ ເລ​ມິນ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ ກໍ່ໄດ້​ໂອ້​ລົມ​ສົນ​ທະ​ນາ​ກັບ ທ່ານປະທານາທິບໍດີ ມຽນມາ Min Aung Hlaing.

ທີ່ການພົບປະ, ​ການ​ນຳ 2 ທ່ານ​ໄດ້​ເປັນ​ເອກ​ກະ​ພາບກັນເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດ, ປ້ອງ​ກັນ​ຄວາມ​ສະ​ຫງົບໃຫ້​ກາຍ​ເປັນເສົາຄ້ຳຂອງການຮ່ວມມືສອງຝ່າຍ. ການ​ນຳ 2 ທ່ານກໍ່​ເຫັນ​ດີ​ເປັນ​ເອກ​ກະ​ພາບຈະ​ຊຸກ​ຍູ້ການຮ່ວມມືຢ່າງຮອບດ້ານໃນຂົງເຂດອື່ນໆ, ​ພິ​ເສດ​ແມ່ນການເຊື່ອມຕໍ່ພື້ນຖານໂຄງລ່າງ, ​ຄົມມະ​ນາ​ຄົມທາງອາກາດ, ການສຶກສາ, ວັດທະນະທຳ, ການແລກປ່ຽນປະຊາຊົນ, ເຊື່ອມຕໍ່ທ້ອງຖິ່ນ.

ຕອນບ່າຍວັນທີ 06 ກັນຍາ, ທ່ານ Min Aung Hlaing, ປະ​ທາ​ນາ​ທິ​ບໍ​ດີ ມຽນມາ​ ແລະ ທ່ານນາງ Kyu Kyu Hla, ພັນລະຍາ ໄດ້​ເດີນ​ທາງອອກຈາກຮ່າໂນ້ຍ, ​ສິ້​ນ​ສຸດການຢ້ຽມຢາມ ຫວຽດນາມ ເປັນທາງການຢ່າງ​ຈົບ​ງາມ, ແຕ່ວັນທີ 04 ຫາ 06 ກັນຍາ 2026, ຕາມຄຳເຊີນຂອງ ທ່ານ ໂຕນເລິມ ເລຂາທິການໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກ​ອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ.