ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕນເລີມ ໄດ້ຕີລາຄາສູງ ແລະ ເຄົາລົບຕໍ່ເລື່ອງ ມາຮອດປະຈຸບັນ ສະພາຕ່ຳ ແບນຊິກ ແມ່ນອົງການນິຕິບັນຍັດໜຶ່ງດຽວໃນໂລກ ທີ່ໄດ້ຮັບຮອງເອົາມະຕິກ່ຽວກັບການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ, ເປັນການສະແດງໃຫ້ເຫັນນ້ຳໃຈມະນຸດສະທຳ ແລະ ນ້ຳໃຈສາມັກຄີຢ່າງເລິກເຊິ່ງລະຫວ່າງສອງຊາດ. ເພື່ອນຳການພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕນເລີມ ໄດ້ສະເໜີໃຫ້ສອງຝ່າຍຍູ້ແຮງການຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ທັງສອງຝ່າຍມີທ່າແຮງ, ຄື: ທ່າກຳປັ່ນ, ວິທະຍາສາດເຕັກໂນໂລຊີ, ເຄິ່ງຊັກນຳໄຟຟ້າ.
ການນຳສອງທ່ານໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ - ບຳລຸງສ້າງ, ວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ; ເຫັນດີເປັນເອກະພາບຢ່າງສູງກ່ຽວກັບບັນດາທິດທາງທີ່ໃຫຍ່ເພື່ອແນໃສ່ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ຕັດສິນໃຈນຳການພົວພັນສອງປະເທດໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນໄລຍະຈະມາເຖິງ.
ຕອນທ່ຽງຂອງວັນດຽວກັນ, ຢູ່ວັງ Egmont, ທີ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ທ່ານ Bart De Wever, ນາຍົກລັດຖະມົນຕີ ແບນຊິກ ໄດ້ເປັນປະທານພິທີຕ້ອນຮັບ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ພວມຢ້ຽມຢາມລາຊະອານາຈັກ ແບນຊິກ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາຍົກລັດຖະມົນຕີ ແບນຊິກ Bart De Wever ໄດ້ດຳເນີນການເຈລະຈາ.
