ຕ້​ອງຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ທາງ​ໄຊ​ເບີ, ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ ແລະ ປ້ອງກັນ​ຂໍ້​ມູນ​ແຫ່ງ​ຊາດ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ນະ​ວັ​ດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ທີ່​ວາ​ລະ​ປ​ະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ວຽກ​ງານ​ຫັນ​ລະ​ບົບ​ການ​ເມືອງເປັນ​ດີ​ຈີ​ຕອນ ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 25 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທີ່ ຮ່າ​ໂນ້ຍ. ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຍັງ​ມີ​ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ, ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການບໍ່​ປະ​ໃຫ້​ເກີດ​ສະ​ພາບ​ຂໍ້​ມູນ​ແຫ່ງ​ຊາດ, ຂໍ້​ມູນ​ຂອງ​ປະ​ຊາ​ຊົນ, ວິ​ສາ​ຫ​ະ​ກິດ​ຖືກຮົ່​ວ​ໄຫຼ, ຊື້ - ຂາຍ ຫຼື ຂຸດ​ຄົ້ນ​ຢ່າງ​ຜິດ​ກົດ​ໝາຍ. ທ່ານ​ກໍ່​ໄດ້​ເນັ້ນ​ໜັກ​ໜ້າ​ທີ່​ຈຸ​ດ​ສຸມ​ຈຳ​ນວນ​ໜຶ່ງ​ທີ່​ຕ້ອງ​ສຸ​ມ​ໃສ່​ປະ​ຕິ​ບັດ​ໃນ​ໄລ​ຍະ​ຈະ​ມາ​ເຖິງວ່າ:

“ຍູ້​ແຮງບັນ​ດາ​ໜ້າ​ທີ່​ຫັນ​ເປັນ​ດີ​ຈີ​ຕອນ ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ລະ​ບົບ​ການ​ເມືອງ​ຂອງ​ອຳ​ນາດ​ການ​ປົກ​ຄອງ 3 ຂັ້ນ​ໃຫ້​ຄົບ​ຊຸດ, ລຸ​ລ່ວງ ແລະ ມີ​ປະ​ສິດ​ທິ​ຜົນ. ສຸມ​ໃສ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ​ຢ່າງ​ຄົບ​ຊຸດ​ຈາກ​ສູນ​ກາງ​ລົງ​ຮອດ​ຂັ້ນ​ຕາ​ແສງ, ຮັບ​ປະ​ກັນ​ບັນ​ດາ​ເງື່ອນ​ໄຂ​ເພື່ອ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ເຄື່ອນ​ໄຫວ​ໃນ​ສະ​ພາບ​ແວດ​ລ້ອມ​ດີ​ຈີ​ຕອນ​ສະ​ດວກ​ຢ່າງ​ແທ້​ຈິງ. ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ຕິດ​ພັນ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ”.

ສະ​ເພາະການ​ພັດ​ທະ​ນາ ແລະ ນຳ​ໃຊ້​ປັນ​ຍາ​ປະ​ດິດ​ໃນ​ການ​ບໍ​ລິ​ຫານ, ຄຸ້ມ​ຄອງວຽກ​ງານ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ຕ້ອງ​ຖື​ປັນ​ຍາ​ປະ​ດິດ​ແມ່ນ​ວິ​ທີ​ການ​ໜູນ​ຊ່ວຍ​ສຳ​ຄັນ​ເພື່​ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ, ປະ​ສິດ​ທິ​ພາບ​ໃນ​ວຽກ​ງານ, ​ແຕ່ບໍ່​ອາດ​ປ່ຽນ​ແທນ​ໜ້າ​ທີ​່​ຄວາມ​ຮັບ​ຜິດ​ຊອບ, ສິດອຳນາດ ແລະ ການ​ຍົກ​ອອກ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ມະ​ນຸດ​ໄດ້.