ວັນ​ທີ 04 ກັນ​ຍາ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ອອກ​ແຈ້ງ​ການ​​ໃຫ້​ຮູ້​ວ່າ ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫ​ຍ່​ຄະ​ນ​ະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດແຫ່ງ ສ​ສ. ຫວຽດ​ນາມ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສະ​ຫະ​ພັນ ລັດ​ເຊຍ, ຢ້ຽມ​ຢາມ ສ.ຝ​ລັ່ງ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ວະ​ກາດ​ຢູ່ ປາ​ຣີ, ປະ​ເທດ ຝ​ລັ່ງ ແຕ່​ວັນ​ທີ 07 – 12 ກັນ​ຍາ.

ການ​ຢ້ຽມ​ຢາມ 2 ປະ​ເທດ​ດັ່ງ​ກ່າວ​ຄັ້ງ​ນີ້​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປະ​ຕິ​ບັດ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Vladimir Putin ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ ລັດ​ເຊຍ ແລະ ທ່ານ Emmanuel Macron, ​ປະ​ທາ​ນາ​ທິ​ບໍ​ດີ ສ.ຝ​ລັ່ງ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ດັ້ງ​ມິນ​ຄອຍ, ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ປະ​ຈຳ​ສະ​ຫະ​ພັນ ລັດ​ເຊຍ ໃຫ້​ຮູ້​ວ່າ, ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ສະ​ຫະ​ພັນ ລັດ​ເຊຍ ຄັ້ງ​ນີ້​ຂອງ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ການ​ນຳ​ສູງ​ສຸດ​ຂອງ​ພັກ, ລັດ ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກ​ິດ​ສະ​ຫະ​ພັນ ລັດ​ເຊຍ ແລະ ໃນຖາ​ນະ​ຕຳ​ແໜ່ງ​ທັງ 2 ແມ່ນ​ເລ​ຂາ​ທິ​ການ​ໃຫຍ່ ແລະ ​ປະ​ທານ​ປະ​ເທດ. ທ່ານເອກ​ອັກ​ຄະ​ລັດ​ຖ​ະ​ທູດ ດັ້ງ​ມິນ​ຄ​ອຍ ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ຈະ​ແລກ​ປ່ຽນກ່ຽວ​ກັບ​ບັນ​ດາ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ເພື່ອ​ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເປີດ​ຫຼາຍ​ທິດ​ທາງການ​ຮ່ວມ​ມື​ໃໝ່​ລະ​ຫວ່າງ 2 ປະ​ເທດ​ໃນ​ທຸກ​ຂ​ົງ​ເຂດ​ເຊິ່ງ 2 ຝ່າຍ​ມີ​ຄວາມ​ຕ້ອງ​ການ ແລະ ມີ​ທ່າ​ແຮງ ກໍ​ຄື​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ໃຫຍ່​ຂອງ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ”.