“ເຊີນລາ ຕ້ອງວາງແຜນຜັງ “4 ເຂດເສດຖະກິດ, 2 ຂົ້ວເຕີບໂຕ, 7 ແລວພັດທະນາ”. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ທີ່ການເຮັດວຽກກັບຄະນະປະຈຳຄະນະພັກແຂວງ ເຊີນລາ, ໃນຕອນເຊົ້າວັນທີ 16 ກໍລະກົດ, ຢູ່ແຂວງເຊີນລາ, ກ່ຽວກັບໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ; ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ 16, ອາຍຸການ 2025 – 2030; ບັນດາແຜນນະໂຍບາຍ, ມະຕິໃຫຍ່ຂອງສູນກາງໃນ 6 ເດືອນຕົ້ນປີ ແລະ ໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ 2026.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ຄະນະປະຈຳພັກແຂວງ ເຊີນລາ ສຸມໃສ່ນຳພາ, ຊີ້ນຳ 8 ໝວດໜ້າທີ່ຈຸດສຸມ, ໃນນັ້ນຕ້ອງເອົາໃຈໃສ່ເປັນພິເສດ, ກຳນົດແຈ້ງຮູບແບບການພັດທະນາ ແລະ ທີ່ຕັ້ງຂອງ ເຊີນລາ ຢູ່ທິດຕາເວັນຕົກສ່ຽງເໜືອ.
“ບໍ່ເອົາສິ່ງແວດລ້ອມ, ການຮັບປະກັນຊີວິດສັງຄົມ ແລະ ລະບຽບວິໄນການຄຸ້ມຄອງໄປແລກເອົາການຊຸກຍູ້ການເຕີບໂຕ. ຕ້ອງມຸ່ງໄປເຖິງເລື່ອງ ກາຍເປັນສູນກະສິກຳຊີວະພາບ, ປຸງແຕ່ງຜະລິດຕະພັນກະເສດ ແລະ ການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງເຂດ, ພ້ອມກັນນັ້ນ, ກໍ່ເສີມຂະຫຍາຍທ່າແຮງກ່ຽວກັບພະລັງງານ, ເສດຖະກິດເຂດໜອງ ແລະ ການແລກປ່ຽນການຄ້າກັບທາງທິດເໜືອຂອງ ລາວ. ທາງແຂວງບໍ່ອາດບັນລຸການເຕີບໂຕໂດຍການແລກດ້ວຍທຸກຢ່າງ ຫາກຕ້ອງອີງໃສ່ການຂຸດຄົ້ນຄວາມສາມາດບົ່ມຊ້ອນແບບຍືນຍົງ, ເສີມຂະຫຍາຍທ່າແຮງປຽບທຽບ, ບຳລຸງສ້າງຜູ້ອອກແຮງງານ ແລະ ນຳໃຊ້ເຕັກໂນໂລຊີ”.
ໂດຍຊີ້ແຈ້ງທັດສະນະ, ຕ້ອງຖືການພັດທະນາມະນຸດ, ການສຶກສາ, ການຮັບປະກັນເຂດຊຸມຊົນເປັນປົກກະຕິ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງເປັນໃຈກາງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໃສ່ໃຈວ່າ:
“ປະຕິບັດການກວດພະຍາດປະຈຳໄລຍະໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນຢ່າງໜ້ອຍສຸດ 1 ປີເທື່ອໜຶ່ງ; ສ້າງເອກະສານສຸຂະພາບເອເລັກໂຕນິກ. ປະຕິບັດການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ກໍ່ສ້າງໂຮງຮຽນກິນນອນຫຼາຍຊັ້ນລະດັບ 13 ແຫ່ງ, ຕ້ອງຮັບປະກັນໃຫ້ທັນກັບສົກຮຽນໃໝ່ ແລະ ເຄື່ອນໄຫວຢ່າງຄົບຊຸດ; ສ້າງການຫັນປ່ຽນຄຸນນະພາບໃນການຮຽນ, ການສອນ, ບັນດາທັກສະ ແລະ ໂອກາດພັດທະນາໃຫ້ແກ່ນັກຮຽນເຂດຊາຍແດນຢ່າງຈະແຈ້ງ”.
