ຕາມແຈ້ງການຂອງກະຊວງການຕ່າງປະເທດ, ໂດຍໄດ້ຮັບຄຳເຊີນຂອງທ່ານ Tharman Shanmugaratnam, ປະທານາທິບໍດີ ສ.ສິງກະໂປ ແລະ ພັນລະຍາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດ ສິງກະໂປ ແຕ່ວັນທີ 29 – 31 ພຶດສະພາ.
ໂດຍຮັບຄຳເຊີນຂອງທ່ານ Bastian Giegerich, ຜູ້ອຳນວຍການໃຫຍ່, ທັງເປັນຜູ້ອຳນວຍການບໍລິຫານສະຖາບັນຄົ້ນຄວ້າຍຸດທະສາດ (IISS), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສທີ່ການສົນທະນາ Shangri-la ໃນວັນທີ 29 ພຶດສະພາ.
