ຕອນເຊົ້າວັນທີ 24 ມິຖຸນາ, ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ ອາຍຸການ 2025 – 2030 ໄດ້ຈັດກອງປະຊຸມເທື່ອທີ 2, ຮັບຮອງເອົາ: ບົດລາຍງານການສະຫຼຸບເບື້ອງຕົ້ນວຽກງານການທະຫານ, ການປ້ອງກັນຊາດໃນ 6 ເດືອນຕົ້ນປີ 2026, ທິດທາງ, ໜ້າທີ່ໃນ 6 ເດືອນທ້າຍປີ 2026; ຂໍ້ສະຫຼຸບຂອງຄະນະພັກການທະຫານສູນກາງກ່ຽວກັບການຊີ້ນຳປະຕິບັດໜ້າທີ່ດ້ານການທະຫານປ້ອງກັນຊາດ ແລະ ສ້າງອົງຄະນະພັກກອງທັບ 6 ເດືອນທ້າຍປີ 2026.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ຮຽກຮ້ອງຕ້ອງສຸມໃສ່ຊີ້ນຳ, ນຳພາຮັກສາບົດບາດແກ່ນສານໃນການປົກປັກຮັກສາປະເທດຊາດໃນທຸກສະພາບການໄວ້ຢ່າງໝັ້ນຄົງ; ຊີ້ນຳບັນດາອົງການທີ່ມີໜ້າທີ່ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສຸມໃສ່ຍົກສູງຄຸນນະພາບການຄົ້ນຄວ້າ, ຄາດຄະເນ, ໃຫ້ຄຳປຶກສາຍຸດທະສາດ; ເປັນເຈົ້າການສັງເກດບັນດາຄວາມສ່ຽງດ້ານຄວາມໝັ້ນຄົງແບບເກົ່າ ແລະ ຄວາມໝັ້ນຄົງແບບໃໝ່; ຍົກລະດັບວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການທູດປ້ອງກັນຊາດ; ຍູ້ແຮງການນຳໃຊ້ປັນຍາປະດິດ, ສືບຕໍ່ຄົ້ນຄວ້າ, ພັດທະນາ, ເປັນເຈົ້າບັນດາເຕັກໂນໂລຊີທີ່ນຳໃຊ້ 2 ຈຸດປະສົງເຂົ້າໃນຂົງເຂດການທະຫານ, ການປ້ອງກັນຊາດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ກໍ່ສະເໜີເປັນເຈົ້າການສົມທົບກັບບັນດາອົງການທີ່ມີໜ້າທີ່ ແລະ ອຳນາດການປົກຄອງທ້ອງຖິ່ນ ເດັດດ່ຽວປະຕິບັດ “ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນຍູ້ແຮງວຽກງານຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ”.
