ຕອນ​ບ່າຍ​ວັນ​ທີ 05 ສິງ​ຫາ, ຢູ່ ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບ​ທ່ານ Tan Yang Thai, ເອກ​ອັກ​ຄະ​ລັດ​ຖະ​ທູດ ມາເລ​ເຊຍ ປະ​ຈຳ ຫວຽດ​ນາມ ເຂົ້າ​ຢ້ຽມ​ອຳ​ລາ ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ໜ້າ​ທີ່​ປະ​ຕິ​ບັດ​ງານ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສ​ູງ ແລະ ອວຍ​ພອນ​ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Tan Yang Thai ໄດ້ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢູ່ ຫວຽດ​ນາມ ຢ່າງ​ຈົບ​ງາ​ມ. ທ່ານ​ຢືນ​ຢັນ​ວ່າ ຍາມ​ໃດ ຫວຽດ​ນາມ ກໍ່​ຖື​ການ​ພົວ​ພັນ​ຮ່ວມ​ມື​ກັບ ມາ​ເລ​ເຊຍ ເປັນ​ສຳ​ຄັນ; ທ່ານ​ປາດ​ຖະ​ໜາ​ຢາກ​ເພີ່ມ​ພູນ​ຄຸນ​ສ້າງ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ດ້ວຍ​ຂອບ​ຂະ​ໜາດ ແລະ ເນື້ອ​ໃນ​ຮອບ​ດ້ານ, ເລິກ​ເຊິ່ງ, ກວ້າງ​ຂວາງກວ່າ.

ສ່ວນ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູ​ດ Tan Yang Thai, ຢືນ​ຢັນ​ວ່າ ຍາມ​ໃດ ມາ​ເລ​ເຊຍ ກໍ່​ຖື​ການ​ພົວ​ພັນ​ຮ່ວມ​ມື​ກັບ ຫວຽດ​ນາ​ມ ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງ​ເຂັ້​ມ​ແຂງກວ່າ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ, ຄື: ເສດ​ຖະ​ກິດ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂ​ຽວ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່. ທ່ານກໍ່​ໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ເພີ່​ມ​ພູນ​ຄຸ​ນ​ສ້າງ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.