(ພາບ: TTXVN)
ຕອນບ່າຍວັນທີ 26 ສິງຫາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ມີການຕ້ອນຮັບ ທ່ານ ວັນໄຊ ພອງສະຫວັນ, ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າຫ້ອງການຕ້ານການສໍ້ລາດບັງຫຼວງສູນກາງພັກປະຊາຊົນປະຕິວັດລາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຊົມເຊີຍການຢ້ຽມຢາມ, ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງບັນດາອົງການກວດກາຂອງ 2 ປະເທດ, ປະກອບສ່ວນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເລິກເຊິ່ງຂຶ້ນຕື່ມ. ທ່ານຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ໃຫ້ບຸລິມະສິດສູງສຸດໃຫ້ແກ່ການພົວພັນກັບ ລາວ; ທ່ານສະເໜີໃຫ້ 2 ຝ່າຍສືບຕໍ່ແບ່ງປັນບົດຮຽນ, ໃຫ້ຄຳປຶກສາເພື່ອສ້າງລະບອບລະບຽບການໃຫ້ສົມບູນແບບ, ເພີ່ມທະວີກົດລະບຽບວິໄນ; ປ້ອງກັນ - ຕ້ານການສໍ້ລາດບັງຫຼວງ, ການຟູມເຟືອຍ, ສິ່ງຫຍໍ້ທໍ້; ສ້າງບັນດາໂຄງການຮ່ວມມືຢ່າງລະອຽດ, ແທດຈິງ…
ສ່ວນທ່ານ ວັນໄຊ ພອງສະຫວັນ, ຢືນຢັນວ່າ ຈະສົມທົບກັບບັນດາອົງການກວດກາ ຫວຽດນາມ ຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງໃຫ້ມີປະສິດທິຜົນ, ນຳການຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
