ນີ້ແມ່ນທຳອິດທີ່ການນຳຂັ້ນສູງສຸດຂອງພັກ ແລະ ລັດ ຫວຽດນາມ ໄປຢ້ຽມຢາມທາງລັດຖະກິດ ສະຫະພັນ ລັດເຊຍ ໃນຖານະຕຳແໜ່ງທັງເປັນເລຂາທິການໃຫຍ່ ແລະ ປະທານປະເທດ. ການຢ້ຽມຢາມດຳເນີນໄປໃນສະພາບການໂລກມີການຜັນແປຫຼາຍຢ່າງ, ແຕ່ພ້ອມກັນນັ້ນກໍ່ສະແດງໃຫ້ເຫັນການຖືເປັນສຳຄັນຂອງ 2 ຝ່າຍຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສັດຊື່ບໍລິສຸດ ຫວຽດນາມ - ລັດເຊຍ.
ທ່ານ Evgeniy Vlasov, ຮອງອຳນວຍການ ຮັບຜິດຊອບການພົວພັນສາກົນ, ມະຫາວິທະຍາໄລສະຫະພັນຕາເວັນອອກໄກ, ຫົວໜ້າສະຖາບັນທິດຕາເວັນອອກ, ຫວັງວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ດ້ານໜຶ່ງຈະດຶງດູດຄວາມສົນໃຈ ແລະ ກໍ່ແມ່ນທິດທາງການຮ່ວມມືໃໝ່ທີ່ສຳຄັນ, ຍ້ອນໃນການຢ້ຽມຢາມຈະມີການປຶກສາຫາລືບັນດາໂຄງການ ແລະ ການພົບປະຂັ້ນສູງ. ດ້ານອື່ນ, ປະຊາຄົມວິສາຫະກິດ 2 ປະເທດກໍ່ຈະມີໂອກາດສືບຕໍ່ຊອກຮູ້ ແລະ ກຳນົດບັນດາບາດກ້າວຕໍ່ໄປ”.
