ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ |
ຕອນເຊົ້າວັນທີ 20 ກໍລະກົດ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປຢ້ຽມຢາມ ທາງລັດຖະກິດຢູ່ລາຊະອານາຈັກ ກຳປູເຈຍ. ການຢ້ຽມຢາມກຳປູເຈຍຂອງ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແມ່ນຕອບສະໜອງຕາມຄຳເຊີນຂອງພະບາດສົມເດັດມະຫາກະສັດພະບໍລົມ ມະນຽດ Norodom Sihamoni.

