ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບການນຳແຂວງບັກກ້ານ |
ເມື່ອເຮັດວຽກກັບພະນັກງານຫລັກແຫລ່ງຂອງແຂວງໃນຕອນບ່າຍວັນທີ 7 ກໍລະກົດ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ແບ່ງເບົາຄວາມຫຍຸ້ງຍາກ, ຂໍ້ຈຳກັດຂອງ ແຂວງ ບັກກ້ານ ຍ້ອນເງື່ອນໄຂທຳມະຊາດ, ແລະ ຊີ້ແຈ້ງບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງ, ພິເສດແມ່ນ ກະສິກຳ, ປ່າໄມ້, ການທ່ອງທ່ຽວ. ທ່ານເລຂາທິການໃຫຍ່ ປາດຖະຫນາຢາກໃຫ້ປະຊາຊົນບັນດາເຜົ່າຢູ່ບໍລິເວນແຂວງ ຍາມໃດກໍ່ສາມັກຄີ, ສູ້ຊົນບຶນຕົວຂຶ້ນ, ຫລຸດພົ້ນອອກຈາກສະພາບແມ່ນແຂວງທຸກຍາກ ແລະ ສ້າງຄວາມຮັ່ງມີ, ກໍ່ສ້າງແຂວງ ບັກກ້ານ ໃຫ້ນັບມື້ນັບສີວິໄລ, ທັນສະໄຫມ, ສາມັກຄີ, ໄມຕິຈິດ.

