|
(ພາບ: TTXVN) |
ໂດຍສະພາກາແດງຫວຽດນາມ ຈັດຕັ້ງລາຍການເພື່ອແນໃສ່ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ສ່ວນບຸກຄົນ, ບັນດາຜູ້ມີຈິດໃຈເມດຕາ ໃນທົ່ວປະເທດຮ່ວມແຮງຮ່ວມໃຈໜູນຊ່ວຍຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ຕ້ອນຮັບວັນບຸນເຕັດຢ່າງເບີກບ່ານມ່ວນຊື່ນ. ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ, ປະທານກິດຕິມະສັກສະພາກາແດງຫວຽດນາມ, ເນັ້ນໜັກວ່າ.
“ຂ້າພະເຈົ້າຕີລາຄາສູງຂໍ້ລິເລີ່ມຂອງສະພາກາແດງຫວຽດນາມ ທີ່ໄດ້ຈັດຕັ້ງເຫດການ “ກຳລັງແຮງມະນຸດສະທຳ” ໃນແຕ່ລະປີດ້ວຍຈຸດປະສົງອັນດີງາມ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈບັນດາການປະກອບສ່ວນທີ່ສຳຄັນຂອງຖັນແຖວພະນັກງານ, ສະມາຊິກສະພາກາແດງ, ສະມາຊິກອາສາສະໝັກ, ຊາວໜຸ່ມເຍົາວະຊົນສະພາກາແດງ, ການປະກອບສ່ວນຂອງທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທຸກຊັ້ນວັນນະທີ່ໄດ້ປະກອບສ່ວນໃຫ້ແກ່ວຽກງານການກຸສົນ ແລະ ການເຄື່ອນໄຫວຂອງສະພາກາແດງໃນຊຸມປີຜ່ານມາ. ຜ່ານນັ້ນ, ມີຜູ້ປະສົບກັບຄວາມຫຍຸ້ງຍາກນັບລ້ານຄົນ ໄດ້ມີຊີວິດຊີວາ ແລະ ບືນຕົນຂຶ້ນໃນການດຳລົງຊີວິດ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ຮຽກຮ້ອງໃຫ້ບັນດາສຳນັກງານ, ອົງການຈັດຕັ້ງ, ວິສາຫະກິດ, ຜູ້ມີຈິດໃຈເມດຕາ ແລະ ປະຊາຊົນທຸກຊັ້ນວັນນະສືບຕໍ່ພ້ອມກັບສະພາກາແດງຫວຽດນາມ ຮ່ວມແຮງຮ່ວມໃຈພ້ອມກັບພັກ, ລັດ ໜູນຊ່ວຍຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມຢ່າງມີປະສິດທິຜົນກວ່າອີກ.

