ວັນ​ທີ 25 ສິງ​ຫາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນ ໃນການຕ້ອນຮັບ ທ່ານ ວັນໄຊ ພອງສະຫວັນ ກຳມະການ ກົມການເມືອງ, ປະທານ ຄະນະກວດກາສູນກາງພັກ, ປະ​ທານ ອົງການກວດກາ ແຫ່ງລັດ, ຫົວໜ້າອົງການຕ້ານ ການສໍ້ລາດ ບັງຫລວງສູນກາງ ລາວ, ທີ່ກຳລັງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີໃຫ້ ສອງຝ່າຍ ສືບ​ຕໍ່​ປະ​ຕິ​ບັດບັນດາຂໍ້ຕົກລົງ, ບົດບັນທຶກຊ່ວຍ​ຈຳ​ວ່າ​ດ້ວຍການຮ່ວມມື ທີ່ໄດ້ເຊັນກັນໃຫ້​ມີ​ປະ​ສິດ​ທິ​ຜົນ; ເພີ່ມທະວີ ການແລກປ່ຽນ ບົດຮຽນ ກ່ຽວກັບ ວຽກງານ ກວດກາ, ການຕ້ອນຮັບ ພົນ​ລະ​ເມືອງ, ການແກ້ໄຂ ຄຳຮ້ອງທຸກ​ກ່າວ​ໂທດ, ປ້ອງ​ກັນ, ຕ້ານ ການສໍ້ລາດບັງຫຼວງ, ການຟູມເຟືອຍ, ປະກົດການຫຍໍ້ທໍ້; ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ ບຳລຸງ​ກໍ່ສ້າງພະນັກງານ, ແລກປ່ຽນ ວິຊາສະເພາະ ແລະ ແບ່ງປັນ ບົດຮຽນປະ​ສົບ​ການ ກ່ຽວກັບ ການປັບປຸງ ລະບອບລະ​ບຽບ​ການ, ຍົກສູງປະສິດທິຜົນ ວຽກງານ ກວດກາ, ຕິດຕາມກວດ​ກາ.

ສ່ວນທ່ານ ວັນໄຊ ພອງສະຫວັນ ຫວັງຢ່າງຍິ່ງວ່າ ລັດຖະບານ ສອງປະເທດ ຈະສືບຕໍ່ ໃຫ້ຄວາມເອົາໃຈໃສ່ ຊີ້ນຳ, ສ້າງເງື່ອນໄຂ​ສະ​ດວກ ເພື່ອໃຫ້ ບັນດາ ອົງການ ກວດກາ, ຂອງສອງປະເທດ ສືບຕໍ່ ເພີ່ມທະວີ ສາຍພົວພັນ ຮ່ວມມື, ປະສານສົມ​ທົບ​ກັນຜັນຂະຫຍາຍ ບັນດາ ຂໍ້ຕົກລົງ ຮ່ວມມື ທີ່ໄດ້ເຊັນກັນແລ້ວຢ່າງມີປະສິດທິຜົນ, ປະກອບສ່ວນ ເພີ່ມພູນຄູນສ້າງ ​ເພື່ອ​ໃຫ້ສາຍພົວພັນແບບພິເສດ ຫວຽດນາມ - ລາວ ​ພັດ​ທະ​ນາຢ່າງບໍ່ຢຸດຢັ້ງ.