ນະ​ທີ່​ນີ້, ທ່ານ ຈິ້ງວັນ​ກວຽດ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂ​ວາຍ​ສູນ​ກາງ​ພັກ ສະ​ເໜີ​ໃຫ້​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ແລະ ແບບ​ວິ​ທີ​ໂຄ​ສະ​ນາ​ເຜີຍ​ແຜ່​ກ່ຽວ​ກັບ​ບັນ​ດາ​ຮູບ​ແບບ​ໃໝ່, ຂໍ້​ລິ​ເລີ່ມ​ໃໝ່​ເຖິງ​ມະ​ຫາ​ຊົນ​ຢ່າງ​ແຮງ ແລະ ນັບ​ມື້​ນັບ​ໄວກວ່າ, ແລະ​ເລິກເຊິ່ງກວ່າ​ເກົ່າ. ພ້ອມ​​ກັນ​ນັ້ນ, ແມ່ນວິ​ເຄາະ​ບັນ​ດາ​ຂໍ້​ມູນ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ການ​ປ້ອງ​ກັນ​ຊາດ, ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນຫຼາຍ​ແງ່​ມູມ​ທີ່​ແຕກ​ຕ່າງ​ກັນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ກຳ​ແໜ້ນ ແລະ ເຂົ້າ​ໃຈ​ບັນ​ຫາ​ຢ່າງ​ຈະ​ແຈ້ງ; ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ຄໍ​ລຳ​ຕໍ່​ສູ້​ຄັດ​ຄ້ານ​ທັດ​ສະ​ນະ​ທີ່​ຜິດ​ເຂວ, ປະ​ກອບ​ສ່ວນ​ປົກ​ປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອ​ງ​ພັກ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່​ຂອງ​ຊາດ​ໃຫ້ຫຼາຍກວ່າ​ອີກ.

ສ່ວນ ທ່ານ ໂດະ​ຕຽນ​ສີ ຜູ້​ອຳ​ນວຍ​ການ​ໃຫ​ຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຈະ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄຸນນ​ະ​ພາບ​ວຽກ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ເຜີຍ​ແຜ່, ມາ​ນະ​ພະ​ຍາ​ຍາມ, ສູ້​ຊົນ​​ເພື່ອປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ໃຫ້​ເປັນ​ຢ່າງ​ດີ.