ວັນທີ 19 ກໍລະກົດ, ທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະເດີນທາງໄປນະຄອນຫຼວງ ມານີລາ (ຟີລິບປິນ) ເພື່ອເຂົ້າຮ່ວມບັນດາກອງປະຊຸມສຳຄັນຂອງ ອາຊຽນ, ໃນນັ້ນມີກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ, ກອງປະຊຸມລັດຖະມົນຕີການຕ່າງປະເທດຂັ້ນສູງ ອາຊີ ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດເວທີປາໄສພາກພື້ນ ອາຊຽນ (ARF).
ວັນທີ 17 ກໍລະກົດ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້້ວ່າ ການໄປປະຕິບັດງານເປັນ 5 ວັນ (ແຕ່ວັນທີ 19 – 23 ກໍລະກົດ) ຂອງທ່ານລັດຖະມົນຕີ ອາເມລິກາ ແມ່ນເພື່ອແນໃສ່ຊຸກຍູ້ໜຶ່ງໃນບັນດາບຸລິມະສິດການຕ່າງປະເທດແຖວໜ້າຂອງອຳນາດການປົກຄອງຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ, ນັ້ນແມ່ນສ້າງພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ “ເສລີ ແລະ ເປີດກວ້າງ”, ປະກອບສ່ວນຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນໃຫ້ແກ່ບັນດາປະເທດໃນພາກພື້ນ ກໍຄືປະຊາຊົນ ອາເມລິກາ.
ກະຊວງການຕ່າງປະເທດ ອາເມລິກາ ກໍ່ຖືວ່າ ຄາດວ່າ ອາເມລິກາ ແລະ ຟີລິບປິນ ຈະແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ເສດຖະກິດ.
