ເມື່ອຕອບຄຳຖາມຂອງນັກຂ່າວເນື່ອງໃນໂອກາດນີ້, ທ່ານ ລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ໃຫ້ຮູ້ວ່າ: ຫນຶ່ງໃນບັນດາເນື້ອໃນພົ້ນເດັ່ນຈະປຶກສາຫາລືໃນການຢ້ຽມຢາມຫວຽດນາມ ນັ້ນແມ່ນວຽກງານກະກຽມຈັດຕັ້ງ “ປີລັດເຊຍ ຢູ່ຫວຽດນາມ” ແລະ “ປີຫວຽດນາມ ຢູ່ລັດເຊຍ” ຄາດວ່າດຳເນີນໃນປີ 2019.

ຕາມທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ແລ້ວ, ການພົວພັນຮ່ວມມືດ້ານເສດຖະກິດ ການຄ້າ ລະຫວ່າງສອງປະເທດ ພວມບັນລຸບັນດາໝາກຜົນອັນດີງາມ ແລະ ຈະພັດທະນາຢ່າງຕັ້ງຫນ້າໃນອະນາຄົດ. ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov ຖືວ່າ ເພື່ອເສີມຂະຫຍາຍໝາກຜົນນີ້ ຄວນສົ່ງເສີມວິສາຫະກິດ, ຂະແຫນງອຸດສາຫະກຳສອງປະເທດເພີ່ມທະວີການພົບປະກັນ, ພົວພັນຕິດຕໍ່ນຳກັນເປັນປະຈຳ.