|
(ພາບ: TTXVN) |
ໃນວັນດຽວກັນ, ຢູ່ນະຄອນຫຼວງ Astana, 2 ຝ່າຍໄດ້ດຳເນີນການເຈລະຈາ.
ທີ່ການເຈລະຈາ, 2 ຝ່າຍໄດ້ແລກປ່ຽນສະພາບການໂລກ ແລະ ພາກພື້ນ, ວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ. ເພື່ອນຳການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ຄະນະກຳມະການປ້ອງກັນຄວາມສະຫງົບແຫ່ງຊາດ ກາຊັກສະຖານ ໃຫ້ສົມກັບການພົວພັນດ້ານການເມືອງລະຫວ່າງ 2 ປະເທດ ແລະ ຄວາມສາມາດບົ່ມຊ້ອນຂອງ 2 ຝ່າຍ; 2 ຝ່າຍໄດ້ເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ເພີ່ມທະວີການທາບທາມຄວາມເຫັນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບຄວາມໝັ້ນຄົງຂອງໂລກ ແລະ ພາກພື້ນທີ່ກ່ຽວຂ້ອງເຖິງ 2 ປະເທດ. ນອກຈາກນັ້ນ, 2 ຝ່າຍກໍ່ເຫັນດີເພີ່ມທະວີການທາບທາມຄວາມເຫັນ, ແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ.

