(ພາບ: TTXVN)
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ອາເຊັກໃບຊານ ໃນເດືອນ ພຶດສະພາ 2025 ແມ່ນຂີດໝາຍປະຫວັດສາດ, ເປີດໄລຍະພັດທະນາໃໝ່ໃນການພົວພັນສອງຝ່າຍ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ເສີມຂະຫຍາຍບັນດາກົນໄກຮ່ວມມື, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ນ້ຳມັນອາຍແກັສ, ພະລັງງານ, ວິທະຍາສາດ - ເຕັກໂນໂລຊີ; ພ້ອມກັນນັ້ນສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.
ສ່ວນທ່ານທູດພິເສດ Elchin Amirbayov ຢືນຢັນວ່າ ອາເຊັກໃບຊານ ປາດຖະໜາຢາກສືບຕໍ່ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອາເຊັກໃບຊານ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.
