ຜ່ານໄລຍະ 6 ເດືອນແຫ່ງການຜັນຂະຫຍາຍແຜນການຈຸດສູງ ຕໍ່ສູ້, ສະກັດກັ້ນອາດຊະຍາກໍາຢາເສບຕິດ, ຢູ່ແຂວງເຊີນລາ, ວຽກງານຂົນຂວາຍມະຫາຊົນປ້ອງກັນ,ຕ້ານ ໄພຢາເສບຕິດ ແລະ ອາດຊະຍາກໍາຢາເສບຕິດ ໄດ້ຮັບການເພີ່ມທະວີ, ອາດຊະຍາກໍາຢາເສບຕິດກໍຫຼຸດໜ້ອຍຖອຍລົງ. ທີ່ກອງປະຊຸມ, ທ່ານນາງ ດັ້ງທິຫງອກທິ້ງ ຜູ້ຮັກສາການປະທານປະເທດ ໄດ້ມອບຂອງຂວັນໃຫ້ປ້ອມທະຫານປ້ອງກັນຊາຍແດຍ ເຕີນຊວນ (ເມືອງ ເວີນໂຮ່) ແລະ ລ໊ອງເສີບ (ເມືອງໂມກເຈົາ).

ທ່ານນາງ ດັ້ງທິຫງອກທິ້ງ ຜູ້ຮັກສາການປະທານປະເທດ ມອບງົວພັນໃຫ້ຄອບຄົວເປົ້າໝາຍນະໂນບາຍ (ພາບ:TTXVN)

ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາງ ດັ້ງທິຫງອກທິ້ງ ຜູ້ຮັກສາການປະທານປະເທດ ກໍໄດ້ເຂົ້າຮ່ວມພິທີເປີດສະຫຼອງ ສໍານັກງານຄະນະກໍາມະການປະຊາຊົນຕາແສງເຕີນຊວນ,ເມືອງໂມກເຈົາ, ແຂວງເຊີນລາ; ມອບເຮືອນແຫ່ງສາຍຈິດມິດໃຈ 5 ຫຼັງ ແລະ ງົວພັນ ໃຫ້ແກ່ບາງຄອບຄົວເປົ້າໝາຍນະໂຍບາຍ, ມອບທຶນການສຶກສາ ຈໍານວນ 200 ທຶນ ໂດຍໄດ້ຫັກຈາກກອງທຶນຊ່ວຍເຫຼືອເດັກ ຫວຽດນາມ ໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ ຂອງສອງເມືອງ ຄື ເມືອງ ໂມກເຈົາ ແລະ ເວິນໂຮ່, ແຂວງ ເຊີນລາ.