ຕອນເຊົ້າວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ໄດ້ລົງກວດກາວຽກງານຜັນຂະຫຍາຍບັ້ນ 500 ວັນແລະ ຄືນ ຢູ່ສູນກວດວິໄຈ AND, ສະຖາບັນຊີວະສາດ (ສະຖາບັນບັນດຶດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ) ແລະ ສະຖາບັນນິຕິເວດ ກອງທັບ (ກົມເສນາຮັກ, ກະຊວງປ້ອງກັນປະເທດ). ທີ່ການກວດກາຕົວຈິງ, ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງຄວາມມານະພະຍາຍາມຂອງສະຖາບັນຊີວະສາດ ແລະ ສູນ ANDໃນການທັງຄົ້ນຄ້ວາ, ທົດລອງ ແລະ ຜັນຂະຫຍາຍເຕັກໂນໂລຢີໃໝ່ຮັບໃຊ້ການຢັ້ງຢືນຊື່ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.ທ່ານນາງຖືວ່າ ແຫຼ່ງກຳລັງຊັບພະຍາກອນມະນຸດແມ່ນບັນຫາຕ້ອງສຸມໃສ່ຢູ່ລະດັບສູງ, ສະເໜີສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ສຳຫຼວດກວດຄືນແຫຼ່ງກຳລັງ, ບໍ່ພຽງແຕ່ຢູ່ ສະຖາບັນຊີວະສາດ ເທົ່ານັ້ນ ຫາກຍັງບັນດາຫົວໜ່ວຍທີ່ມີໜ້າທີ່ຄວາມຮັບຜິດຊອບທີ່ກ່ຽວຂ້ອງ; ຮີບເຮັ່ງລະດົມບັນດາພະນັກງານທີ່ມີຄວາມສາມາດເຂົ້າເຖິງວຽກງານເພື່ອຝືກອົບຮົບ, ກະກຽມເຄື່ອນໄຫວບັນດາຕ່ອງໂສ້ເຕັກໂນໂລຢີໃໝ່.
