ນີ້ແມ່ນການຢ້ຽມຢາມສະພາແຫ່ງຊາດຄັ້ງທຳອິດຂອງ ສະພາສະຫະພັນ ລັດເຊຍ ພາຍຫຼັງ ຫວຽດນາມ ຈັດການເລືອກຕັ້ງສະພາແຫ່ງຊາດຊຸດທີ XVI ສຳເລັດຜົນ, ກໍ່ແມ່ນຄັ້ງທີ 3 ທີ່ທ່ານນາງ Valentina Matviyenko ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມແມ່ນໂອກາດສຳຄັນເພື່ອໃຫ້ສອງຝ່າຍສືບຕໍ່ຢັ້ງຢືນການຖືເປັນສຳຄັນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ໃນໄລຍະພັດທະນາໃໝ່ຫຼາຍກວ່າອີກ.
