ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ພົບປະກັບ ປະຊາຄົມຊາວຫວຽດນາມ ອາໄສຢູ່ ລັດເຊຍ |
ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ໄດ້ແຈ້ງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ສະຫະພັນລັດເຊຍ ຮັບຊາບບັນດາຜົນສໍາເລັດໃນການພັດທະນາເສດຖະກິດຂອງປະເທດຊາດ, ເປັນຕົ້ນແມ່ນ ໃນ 8 ເດືອນຜ່ານມາ.
ກ່ຽວກັບສາຍພົວພັນລະຫວ່າງຫວຽດນາມ - ລັດເຊຍ, ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ມີຄວາມປິຕິຊົມຊື່ນຕໍ່ບັນດາຜົນງານການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການເມືອງ, ວັດທະນະທໍາ, ວິທະຍາສາດ, ການສຶກສາ ເຊິ່ງສອງປະເທດບັນລຸໄດ້. ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ໄດ້ເນັ້ນໜັກກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ເຊື່ອໝັ້ນວ່າ ສອງປະເທດ ຈະຜ່ານຜ່າຄວາມຫຍຸ້ງຍາກ ເພື່ອບັນລຸຄາດໝາຍກ່ຽວກັບການແລກປ່ຽນການຄ້າ ແມ່ນ 10 ຕື້ USD ໃນປີ 2020.

