ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ແລະ ທ່ານ Homero Acosta Alvarez, ເລຂາສະພາແຫ່ງລັດ ກູບາ (ພາບ: quochoi.vn)

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຕ່ອງທິຟ໊ອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງ ກູບາ ໃນຊຸມປີຕໍ່ສູ້ປົດປ່ອຍປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍຄື ໃນກິດຈະການສ້າງສາປະເທດຊາດໃນປັດຈຸບັນ. ນະທີ່ນີ້, ທ່ານນາງ ຕ່ອງທິຟ໊ອງ ກໍໄດ້ແບ່ງປັນກັບທ່ານ Homero Acosta Alvarez ຫຼາຍບັນຫາທີ່ກ່ຽວຂ້ອງເຖິງການຈັດຕັ້ງກົງຈັກລັດເວົ້າລວມ ແລະ ຂອງສະພາແຫ່ງຊາດເວົ້າສະເພາະ, ບົດບາດນໍາພາຂອງພັກ ພ້ອມດ້ວຍຫຼາຍເນື້ອໃນອື່ນໆອີກ ເຊິ່ງຄະນະຜູ້ແທນ ກູບາ ມີຄວາມສົນໃຈ.

ສ່ວນທ່ານ Homero Acosta Alvarez ເລຂາສະພາແຫ່ງລັດ ກູບາ ເນັ້ນໜັກວ່າ ລັດຖະທໍາມະນູນ ຂອງ ຫວຽດນາມ ແລະ ລັດຖະທໍາມະນູນຂອງ ກູບາ ມີຫຼາຍຈຸດທີ່ຄ້າຍຄືກັນ ແລະ ທ່ານສະແດງຄວາມປາດຖະໜາຢາກຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງກົງຈັກລັດຂອງຫວຽດນາມ.