ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ພິທີ |
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ: ດ້ວຍໝາກຜົນທີ່ບັນລຸໄດ້ນັ້ນ, ແຂວງບັກນິງ ຈົ່ງສືບຕໍ່ບືນຕົວຂຶ້ນໃຫ້ເປັນແຂວງຕົວແບບ, ມີກໍາລັງແກ້ງແຍ້ງສູງ, ລົງທຶນ ດຶງດູດບັນດາແຫຼ່ງກໍາລັງພັດທະນາ ສໍາລັບບັນດາຂະແໜງການທີ່ມີທ່າແຮງ ຕິດພັນກັບລະບົບການຜະລິດສິນຄ້າ, ສຸມໃສ່ດຶງດູດບັນດາຮູບແບບອຸດສາຫະກໍາເຕັກໂນໂລຢີສູງ, ອຸດສາຫະກໍາໜູນຊ່ວຍນໍາ ບັກລິງ ກາຍເປັນສູນເຕັກໂນໂລຢີສູງຂອງພາກເໜືອ. ໃນວິວັດແຫ່ງການເຊື່ອມໂຍງ ແລະພັດທະນານີ້, ບັກນິງ ຕ້ອງເອົາໃຈໃສ່ເປັນພິເສດ, ຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອປະຫວັດສາດ, ຈຸດເອກະລັກສະເພາະດ້ານວັດທະນະທໍາ, ຮັກສາປະເພດສິລະປະທີ່ເປັນເອກະລັກສະເພາະຂອງແຂວງ ຄືຂັບ ກວານເຮາະ. ພ້ອມກັນນັ້ນ, ປ່ຽນແປງໃໝ່ເນື້ອໃນ, ຮູບແບບການເຄື່ອນໄຫວຂອງ ອໍານາດການປົກຄອງ,ແນວໂຮມປະເທດຊາດຫວຽດນາມ ຕາມທິດໃກ້ຊິດຕິດແທດກັບປະຊາຊົນ, ເບິ່ງແຍງ ແລະ ແກ້ໄຂບັນດາຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ,ເໝາະສົມຂອງປະຊາຊົນໃຫ້ທັນການ.

