(ທ່ານນາງປະທານສະພາແຫ່ງຊາດ ມອບຂອງຂວັນບຸນເຕັດໃຫ້ບັນດາເດັກນ້ອຍເປັນພະຍາດມະເຮັງ)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມອບຂອງຂວັນ 100 ພູດໃຫ້ບັນດາຜູ້ເປັນພະຍາດມະເຮັງທີ່ປະສົບກັບຄວາມຫຍຸ້ງຍາກເຊິ່ງພວມປິ່ນປົວຢູ່ໂຮງໝໍ ໂລຫິດສາດ ແລະ ສົ່ງເລືອດສູນກາງ. ກ່າວຄວາມເຫັນທີ່ລາຍການ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ:

ຂ້າພະເຈົ້າຫວັງວ່າ, ບັນດາລາຍການທີ່ມີຄວາມໝາຍຄືດັ່ງກ່າວຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ນຳມາເຊິ່ງຄວາມເບິກບານມ່ວນຊື່ນ, ຄວາມຫວັງໃຫ້ບັນດາຜູ້ເປັນພະຍາດມະເຮັງ. ພິເສດແມ່ນເດັກນ້ອຍທີ່ເປັນພະຍາດອັນຕະລາຍນີ້. ພັກ, ລັດຍາມໃດກໍ່ເອົາໃຈໃສ່, ສະຫງວນທຸກແຫຼ່ງກຳລັງ ແລະ ຊີ້ນຳເຖິງວຽກງານສົ່ງເສີມ, ກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນ. ສູນກາງກໍ່ໄດ້ອອກມະຕິເພ່ືອຍົກສູງຄວາມຮັບຮູ້ ແລະ ການດຳເນີນງານ, ກໍ່ຄືເພີ່ມທະວີແຫຼ່ງກຳລັງໃຫ້ແກ່ການເຄື່ອນໄຫວຂອງຂະແໜງສາທາລະນະສຸກ, ເພື່ອເຮັດວຽກງານກວດ, ປິ່ນປົວພະຍາດໃຫ້ຄົນເຈັບເວົ້າລວມ ແລະ ຜູ້ເປັນພະຍາດມະເຮັງເວົ້າສະເພາະ“.