ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມມອບຂອງຂວັນບຸນເຕັດ ຢູ່ແຂວງລອງອານ |
ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ໄດ້ຢືນຢັນ: ພັກ ແລະ ລັດ ຍາມໃດກໍ່ຈົດຈຳການເສຍສະຫລະອັນໃຫຍ່ຫລວງຂອງບັນດາທະຫານເຈັບປ່ວຍ, ທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.
ທ່ານນາງປະທານສະພາແຫ່ງຊາດ ສະເຫນີອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນຢູ່ແຂວງ ລອງອານ ສືບຕໍ່ເອົາໃຈໃສ່, ເບິ່ງແຍງບັນດາຄອບຄົວໃນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ບໍລິເວນເພື່ອໃຫ້ເຂົາເຈົ້າມີຊີວິດອີ່ມໜຳສຳລານ ແລະ ດີງາມກວ່າ.

