ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະຄະນະຜູ້ແທນແມ່ຫວຽດນາມວິລະຊົນແຂວງເບນແຈ

ກ່າວຄຳເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຖືວ່າ ໃນໄລຍະຜ່ານມາ, ແຂວງ ເບນແຈ ໄດ້ ແລະ ພວມປະຕິບັດບັນດານະໂຍບາຍບຸລິ ມະສິດຜູ້ມີຄຸນງາມຄວາມດີເປັນຢ່າງດີ, ລະອຽດ ແຂວງເບນແຈ ໄດ້ກໍ່ສ້າງເຮືອນສາຍຈິດມິດໃຈກວ່າ 8500 ຫລັງສຳເລັດ. ທ່ານນາງປະທານສະພາແຫ່ງຊາດ ຊົມເຊີຍການນຳແຂວງ ເບນແຈ ໄດ້ປະຕິບັດວຽກງານຕອບບຸນແທນຄຸນແລະ ນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີເປັນຢ່າງດີ ພ້ອມທັງປາດຖະຫນາຢາກແຂວງ ເບນແຈ ສືບຕໍ່ປະຕິບັດວຽກງານນີ້ໃຫ້ດີກວ່າໃນໄລຍະຈະມາເຖິງ.