(ພາບ: TTXVN)
ທີ່ກອງປະຊຸມສຸດຍອດ BRICS ຄັ້ງທີ 18, ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄດ້ມີບົດກ່າວປາໄສທີ່ສຳຄັນ, ສຸມເຂົ້າບັນດາບັນຫາຍຸດທະສາດ. ບັນດາເນື້ອໃນນີ້ໄດ້ຮັບຄວາມສົນໃຈພິເສດຈາກປະເທດເຈົ້າພາບ ອິນເດຍ ແລະ ບັນດາປະເທດສະມາຊິກ BRICS. ບັນດາປະເທດສະມາຊິກ BRICS ຕີລາຄາສູງການເຂົ້າຮ່ວມຢ່າງຕັ້ງໜ້າ ພ້ອມກັບບັນດາການປະກອບສ່ວນທີ່ມີຄວາມຮັບຜິດຊອບຂອງ ຫວຽດນາມ. ທ່ານ Nerandra Modi ນາຍົກລັດຖະມົນຕີ ອິນເດຍ ຢັ້ງຢືນການເຂົ້າຮ່ວມ ແລະ ບົດກ່າວຄຳເຫັນຂອງ ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄດ້ປະກອບສ່ວນຍົກລະດັບໃຫ້ BRICS.
ໃນຂອບເຂດການໄປປະຕິບັດງານຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮືງ ກໍ່ມີການໂອ້ລົມເຈລະຈາຂັ້ນສູງສອງຝ່າຍກັບທ່ານນາຍົກລັດຖະມົນຕີ ອິນເດຍ Nerandra Modi. ສອງຝ່າຍເຫັນດີເປັນເອກະພາບບັນດາທິດທາງ, ມາດຕະການລະອຽດ ເພື່ອແນໃສ່ຫັນບັນດາຂໍ້ຕົກລົງຂັ້ນສູງໃນໄລຍະຈະມາເຖິງໃຫ້ປະກົດຜົນເປັນຈິງ. ຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ໄດ້ດຳເນີນບັນດາການພົບປະຂັ້ນສູງກັບການນຳບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມືຂອງ BRICS, ບັນດາຫົວໜ້າຄະນະ, ບັນດາອົງການຈັດຕັ້ງສາກົນ ແລະ ຫຼາຍວິສາຫະກິດແຖວໜ້າຂອງ ອິນເດຍ ອີກດ້ວຍ.
ການໄປປະຕິບັດງານແມ່ນບາດກ້າວຜັນຂະຫຍາຍທີ່ຕັ້ງໜ້າ ແລະ ມີປະສິດທິຜົນໃນແນວທາງການພົວພັນຕ່າງປະເທດຂອງກອງປະຊຸມ ໃຫຍ່ຄັ້ງທີ XIV, ສຸມໃສ່ຍົກລະດັບການເຂົ້າຮ່ວມຂອງ ຫວຽດນາມ ຢູ່ບັນດາລະບອບຫຼາຍຝ່າຍ.
Lai Hoa
