ເນື່ອງໃນໂອກາດວັນ​ບຸນ​ໄຫວ້​ພະ​ຈັນປີ 2026, ໃນຕອນເຊົ້າວັນທີ 25 ກັນຍາ, ທ່ານ ເລ​ມິນ​ຮຶງ, ນາຍົກລັດຖະມົນຕີ ​ຫວຽດ​ນາມ ໄດ້ມອບຂອງຂວັນ​ຂອງທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ໃຫ້ແກ່ຄົນເຈັບ​​ໄວເດັກຢູ່ໂຮງໝໍ K ​​ສາ​ຂາ ເຕິນຈ່ຽວ (ຮ່າໂນ້ຍ).

​ເມື່​ອ​ໂອ້​ລົມກັບພະນັກງານແພດ​ໝໍ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ, ລະ​ດົມ​ກຳລັງ​ແກ່ບັນ​ດາ​ພະ​ນັກ​ງານ, ແພດໝໍຢູ່ໂຮງໝໍ K. ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາດ​ຖະ​ໜາ​ວ່າ ໂຮງໝໍຈະສືບຕໍ່ພະຍາຍາມ, ຍົກ​ສູງ​ຄຸນ​ນະ​ພາບດ້ານວິຊາ​ການ ໄປ​ພ້ອມ​ກັບການສ້າງສະພາບແວດ​ລ້ອມ​ແຫ່ງ​ການ​ປິ່ນ​​ປົວ​ທີ່​ເປັນ​ມິດ, ​ມີ​ຄວາມອົບອຸ່ນ ຊ່ວຍໃຫ້ຄົນເຈັບ​ໄວເດັກຟື້ນ​ຟູ​ສຸ​ຂະ​ພາບ​ໂດຍ​ໄວ..

ປະຈຸບັນ, ໂຮງໝໍມີຄົນເຈັບ​​ໄວເດັກ 64 ຄົນທີ່ໄດ້ຮັບການປິ່ນປົວ​ແບບ​ກິນນອນ​ຢູ່ໂຮງໝໍ. ​ໃນ​ໂອ​ກາດ​ວັນ​ບຸນ​ໄຫວ້​ພະ​ຈັນ​ປີນີ້, ລາຍ​ການ "​ວັນ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ນ້ອງ" ໄດ້ຈັດຂຶ້ນດ້ວຍການ​ເຄື່ອນ​ໄຫວທີ່ເປັນປະໂຫຍດ​, ມ່ວນຊື່ນ​ຫຼາຍ​ຢ່າງ​ໃຫ້​ແກ່ຄົນເຈັບໄວ​ເດັກ.