ຕອນ​ບ່າຍ​ວັນ​ທີ 16 ມິ​ຖຸ​ນາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ເລ​ມິ​ນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ຄະ​ນະ​ຜ້​ູ​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ Kazan, ທີ່​ນະ​ຄອນ Kazan, ສະ​ຫະ​ພັນ ລັດ​ເຊຍ, ເລີ່ມ​ຕົ້ນ​ລາຍ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະ​ຫຼອງ 35 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ ແລະ ມີ​ບັນ​ດາ​ການ​ເຄື່ອນ​ໄຫວ 2 ຝ່າຍ ຕາມ​ຄຳ​ເຊີນ​ຂອງ​ທ່ານ Vladimir Putin, ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ພັນ ລັ​ດ​ເຊຍ.

ທີ່​ການ​ພົບ​ປະ​ກັບທ່ານ R.N. Minnikhanov, ​ຜູ້​ນຳ​ໜ້າ ສ.Tatarstan ຢູ່​ນະ​ຄອນ Kazan, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ປາດ​ຖະ​ໜາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສ.Tatarstan ​ຈະຊອກ​ໄດ້​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ທີ່​ເໝາະ​ສົມ​ເພື່ອ​ສ້າງ​ຕັ້ງ​ການ​ພົວ​ພັນ​ຮ່ວມ​ມື. ທ່ານກໍ່​ສົ່ງ​ເສີມ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ລະ​ຫວ່າງ 2 ປະ​ເທດ ເອ​ົ​າ​ໃຈ​ໃສ່​ພັດ​ທະ​ນາ​ສາຍ​ການ​ບິນ​ການ​ຄ້າ​ເຊື່ອມ​ຕໍ່ Kazan ກັບ ຮ່າ​ໂນ້ຍ ຕື່​ມ​ອີກ.

ສ່ວນ​ທ່ານ R.N. Minnikhanov, ​ຜູ້​ນຳ​ໜ້າ ສ.Tatarstan ເນັ້ນ​ໜັກ​ວ່າ Tatarstan ມີ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປາຍ​ແຫຼມ, ຄື: ຜະ​ລ​ິດ​ລົດ​ບັນ​ທຸກ Kamaz, ທາດ​ເຄ​ມີ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ… Tatarstan ປາດ​ຖະ​ໜາ​ຢາກ​ສ້າງ​ຕັ້ງ​ການ​ພົວ​ພັນ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ, ບໍ່​ພຽງ​ແຕ່​ແນະ​ນຳ​ໂຄ​ສະ​ນາ​ຮູບ​ແບບ​ການ​ພັດ​ທະ​ນາ​ເທົ່າ​ນັ້ນ, ຫາກ​ຍັງ​ເຊື່ອມ​ຕໍ່​ບັນ​ດາວ​ິ​ສາ​ຫະ​ກິດ​ເພື່ອ​ຊອ​ກ​ຫາ​ໂອ​ກາດ​ຮ່ວມ​ມື​ອີກ​ດ້ວຍ.